ເງື່ອນໄຂການໃຊ້ບໍລິການ

ກະລຸນາອ່ານກ່ອນໃຊ້ບໍລິການຂອງພວກເຮົາ

ຄຳເຕືອນສຳຄັນ

ກະລຸນາຍອມຮັບເງື່ອນໄຂຕໍ່ໄປນີ້ກ່ອນທີ່ຈະໃຊ້ບໍລິການຂົນສົ່ງ.

ພວກເຮົາແມ່ນບໍ່ຮັບຂົນສົ່ງສິນຄ້າປະເພດເຄື່ອງສົດ ຍ້ອນສາເຫດສະພາບອຸນຫະພູມພາຍນອກຈຶ່ງມີຄວາມເຂັມງວດກັບສິນຄ້າປະເພດສົດ,ສານເຄມີແລະອື່ນໆ. ຖ້າເກີດບັນຫາອັນເນື່ອງຈາກບໍ່ໄດ້ແຈ້ງພວກເຮົາກ່ອນ ບໍລິສັດຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍ.

ທາງເຮົາແມ່ນບໍ່ຮັບຂົນສົ່ງສິນຄ້າປະເພດທີ່ຜິດກົດໝາຍ, ເຄື່ອງອັນຕະລາຍ, ເຄື່ອງລອກລຽນແບບ, ຢາເສບຕິດ ແລະອາວຸດຕ່າງຕ່າງ.

ກ່ອນຈະສົ່ງເຄື່ອງໃຫ່ຍຫຼືເຄື່ອງຈຳນວນຫຼາຍ ຕ້ອງໄດ້ຄິດໄລ່ ປະເມີນລາຄາບໍລິການຂົນສົ່ງ ກ່ອນໃຊ້ບໍລິການຂົນສົ່ງ ເພື່ອບໍ່ໃຫ້ເກີດຄວາມເສຍຫາຍທັງ2ຝ່າຍ.

ເວລາຈະສົ່ງເຄື່ອງກະລຸນາຂຽນຊື່ສິນຄ້າ, ປະລິມານແລະມູນຄ່າຕົວຈິງຂອງສິນຄ້າ, ຖ້າບໍ່ແຈ້ງຫລືແຈ້ງຂໍ້ມູນປອມອັນກໍ່ໃຫ້ເກີດຄວາມເສຍຫາຍທາງບໍລິສັດພວກເຮົາແມ່ນຈະບໍ່ຮັບຜິດຊອບ.

ສິນຄ້າປະເພດ ໂທລະສັບ,ຄອມພິວເຕີ້,ກ້ອງຖ່າຍຮູບ ແລະອຸປະກອນອີເລັກໂທນິກອື່ນໆ ທາງເຮົາບໍ່ຮັບຂົນສົ່ງ.

ສຳລັບເຄື່ອງປະເພດທີ່ແຕກຫັກ,ຫລື ເປ່ເພງ່າຍ. ກະລຸນາກວດສອບການ ຫຸ້ບຫໍ່ສິນຄ້າຂອງທ່ານໃຫ້ແນ່ໃຈວ່າຫຸ້ມຫໍ່ຮຽບຮ້ອຍດີ ຖ້າຫາກເຄື່ອງມີການຊຳລຸດເສຍຫາຍຍ້ອນການຫຸ້ມຫໍ່ສິນຄ້າບໍ່ໄດ້ມາດຕະຖານ, ທາງບໍລິສັດເຮົາຈະບໍ່ມີການຊົດເຊີຍ.

ສິນຄ້າທີ່ມີມູນຄ່າສູງ ກະລຸນາຊື້ປະກັນໄພ.

ເວລາຂົນສົ່ງປົກກະຕິແມ່ນປະມານ 3 ຫາ 5 ມື້ ຖ້າໃນກໍລະນີມີການກວດພາສີຢູ່ດ່ານຫຼືຍ້ອນສະພາບອາກາດທີ່ບໍ່ດີຈະເຮັດໃຫ້ຂົນສົ່ງລ່າຊ້າ. ສຳລັບລູກຄ້າທີ່ເຂັມງວດເລື່ອງເວລາກະລຸນາຝາກແຕ່ເນີ້ນໆ.

ກໍລະນີເຄື່ອງບໍ່ເຫັນລົບກວນໃຫ້ລູກຄ້າແຈ້ງເລກໄປສະນິໃຫ້ໄວທີ່ສຸດ ເພື່ອທີ່ທາງເຮົາຈະໄດ້ສະດວກນຳເຄື່ອງໃຫ້ທ່ານໄດ້.

ການຍອມຮັບເງື່ອນໄຂ

ໂດຍການໃຊ້ບໍລິການຂົນສົ່ງຂອງພວກເຮົາ, ທ່ານຕົກລົງເຫັນດີກັບເງື່ອນໄຂທັງໝົດທີ່ລະບຸໄວ້ຂ້າງເທິງ.